1
00:00:00,000 --> 00:00:00,280
ຢູໂຣດິຈິຕອນ ຊື່ຕົງໄປສູ່ລະບອບຟາດຊິສຕະທາງການເງິນ

2
00:00:00,280 --> 00:00:08,576
ອີງຕາມຮ່າງກົດໝາຍຂອງຄະນະກຳມະການ EU ຢູໂຣດິຈິຕອນຈະຖືກນຳໃຊ້ເປັນສື່ກາງການຊຳລະທີ່ຖືກຕ້ອງຕາມກົດໝາຍໃນເອີຣົບ.

3
00:00:08,576 --> 00:00:15,966
ເຫດຜົນທີ່ໃຫ້ແມ່ນວ່າ
ເງິນສົດຢ່າງດຽວບໍ່ສາມາດສະໜັບສະໜູນເສດຖະກິດຂອງ EU ໃນຍຸກດິຈິຕອນໄດ້.

4
00:00:15,966 --> 00:00:21,753
ຖ້າບໍ່ມີຢູໂຣດິຈິຕອນ ຄະນະກຳມະການໂຕ້ຖຽງວ່າ
ສະກຸນເງິນດິຈິຕອນຂອງລັດອື່ນໆ ຫຼື

5
00:00:21,753 --> 00:00:28,213
ຄຣິບໂຕເງິນສ່ວນຕົວຈະແຜ່ຂະຫຍາຍໃນເອີຣົບ
ແລະ ຈະຜັນບົດບາດຂອງຢູໂຣໃຫ້ຖອຍຫຼັງ.

6
00:00:28,213 --> 00:00:34,181
ແຜນການເຫຼົ່ານີ້ຄວນຈະຖືກຕີຄວາມໝາຍແນວໃດ ແລະ
ເປັນຫຍັງພວກມັນຈຶ່ງນຳໄປສູ່ການສິ້ນສຸດຂອງເສລີພາບຂອງພວກເຮົາໃນທີ່ສຸດ

7
00:00:34,181 --> 00:00:39,660
ທ່ານສາມາດຟັງໄດ້ໃນບົດຄວາມຕໍ່ໄປນີ້ຂອງຜູ້ຊ່ຽວຊານດ້ານການເງິນ
Ernst Wolff.

8
00:00:44,460 --> 00:00:49,033
ຢູໂຣດິຈິຕອນ ຊື່ຕົງໄປສູ່ລະບອບຟາດຊິສຕະທາງການເງິນ

9
00:00:49,033 --> 00:00:53,371
ຄຳຄິດເຫັນໂດຍ Ernst Wolff

10
00:00:53,371 --> 00:00:59,244
ໃນອາທິດຜ່ານມາ ຫນັງສືພິມເສດຖະກິດ
Handelsblatt ໄດ້ຮັບຮ່າງກົດໝາຍສະບັບໜຶ່ງທີ່ຄະນະກຳມະການ

11
00:00:59,244 --> 00:01:02,580
EU ຈະນຳສະເໜີຕໍ່ສາທາລະນະຊົນໃນທ້າຍເດືອນນີ້.

12
00:01:02,580 --> 00:01:10,440
ມັນປະກອບມີເງື່ອນໄຂກອບທີ່ຢູໂຣດິຈິຕອນຈະໄດ້ຮັບສະຖານະພາບເປັນສື່ກາງການຊຳລະທີ່ຖືກຕ້ອງຕາມກົດໝາຍ.

13
00:01:10,440 --> 00:01:17,460
ມັນເບິ່ງຄືວ່າ ການກະກຽມໂຄງການທີ່ສຳຄັນທີ່ສຸດໃນປະຫວັດສາດຂອງ
EU ດ້ວຍເຫດນີ້ຈຶ່ງເຂົ້າສູ່ໄລຍະຕໍ່ໄປ.

14
00:01:17,460 --> 00:01:23,953
ດັ່ງທີ່ປາກົດຢູ່ໃນເວັບໄຊຂອງ ECB
ໄລຍະການສຶກສາທີ່ເລີ່ມຕົ້ນໃນເດືອນກໍລະກົດ

15
00:01:23,953 --> 00:01:27,660
2021 ຈະສິ້ນສຸດລົງໃນເດືອນພະຈິກ 2023.

16
00:01:27,660 --> 00:01:38,200
ວ່າຫຼັງຈາກນັ້ນ ຈະຕ້ອງໃຊ້ເວລາອີກ 2 ຫາ 3 ປີຕາມທີ່ ECB ປະກາດ
ຈຶ່ງຈະນຳໃຊ້ສະກຸນເງິນໃໝ່ໄດ້ຈິງ ພວກເຮົາອາດຈະຮູ້ໃນສອງສາມມື້ຂ້າງໜ້າ.

17
00:01:38,200 --> 00:01:43,832
ບໍ່ວ່າຢ່າງໃດ ພວກເຮົາສາມາດສົມມຸດໄດ້ວ່າ ECB, ການເມືອງ ແລະ
ສື່ມວນຊົນກະແສຫຼັກ ຍ້ອນຂ່າວທີ່ຮົ່ວໄຫຼອອກມາ

18
00:01:43,832 --> 00:01:52,340
ຈະເຂົ້າສູ່ການບຸກໂຈມຕີໃນມື້ຂ້າງໜ້າ ແລະ ອາທິດຕໍ່ໄປ ແລະ ຈະເຮັດທຸກຢ່າງເພື່ອເຮັດໃຫ້ຢູໂຣດິຈິຕອນເປັນທີ່ດຶ
ສື່ມວນຊົນກະແສຫຼັກ ຍ້ອນຂ່າວທີ່ຮົ່ວໄຫຼອອກມາ ຈະເຂົ້າສູ່ການບຸກໂຈມຕີໃນມື້ຂ້າງໜ້າ ແລະ ອາທິດຕໍ່ໄປ ແລະ ຈະເຮັດທຸກຢ່າງເພື່ອເຮັດໃຫ້ຢູໂຣດິຈິຕອນເປັນທີ່ດຶງດູດໃຈຕໍ່ພວກເຮົາໃນທຸກວິທີທາງທີ່ເປັນໄປໄດ້.

19
00:01:52,340 --> 00:01:59,290
ເໜືອສິ່ງອື່ນໃດ ຈະມີການເນັ້ນໜັກຊ້ຳແລ້ວຊ້ຳອີກວ່າ
ເງິນສົດຈະບໍ່ຖືກຍົກເລິກ ແລະ ວ່າເງິນຕາໃໝ່ຈະປອດໄພຢ່າງແທ້ຈິງ

20
00:01:59,290 --> 00:02:06,340
ເນື່ອງຈາກວ່າຢູ່ເບື້ອງຫຼັງຂອງມັນມີທະນາຄານກາງ
ເຊິ່ງແຕກຕ່າງຈາກທະນາຄານການຄ້າ ບໍ່ສາມາດລົ້ມລະລາຍໄດ້.

21
00:02:06,340 --> 00:02:08,693
ແຕ່ວ່ານັ້ນບໍ່ແມ່ນຫຍັງນອກຈາກການຫຼອກຕາ.

22
00:02:08,693 --> 00:02:17,520
ຜູ້ໃດທີ່ຢາກຮູ້ວ່າຫຼັງຈາກການນຳໃຊ້ເງິນຕາທະນາຄານກາງດິຈິຕອນແລ້ວ
ເງິນສົດຈະມີສະພາບເປັນແນວໃດ ກໍຄວນເບິ່ງໄປທີ່ໄນຈີເຣຍ.

23
00:02:17,520 --> 00:02:25,960
ໃນປະເທດອຸດສາຫະກຳໃຫຍ່ທີ່ສຸດຂອງອາຟຣິກາ ນັບແຕ່ທ້າຍເດືອນຕຸລາ
2021 ມີ CBDC ທີ່ເອີ້ນວ່າ E-Naira ກຳລັງໝູນວຽນນຳໃຊ້.

24
00:02:25,960 --> 00:02:26,017


25
00:02:26,017 --> 00:02:36,653
ເນື່ອງຈາກວ່າຈົນເຖິງຕອນນີ້ມີພຽງແຕ່ເຄິ່ງໜຶ່ງສ່ວນຮ້ອຍຂອງປະຊາກອນເທົ່ານັ້ນທີ່ໄດ້ຕິດຕັ້ງ Wallet ທີ່ຈຳເປັນສຳລັບການນັ້ນໃສ່ມືຖື, ລັດຖະບານໄນຈີເຣຍຈຶ່ງໄດ້ຊ່ວຍເຫຼືອຢ່າງແຂງແຮງໃນການຍົກເລິກເງິນສົດ.

26
00:02:36,653 --> 00:02:42,170
ການຖອນເງິນສົດຢູ່ຕູ້ ATM ຖືກຈຳກັດ,
ການຖອນເງິນສົດຈາກບັນຊີຖືກເກັບຄ່າທຳນຽມສູງ,

27
00:02:42,170 --> 00:02:49,253
ໃບທະນາຄານເກົ່າຖືກປະກາດວ່າໝົດອາຍຸ ແລະ
ໃບໃໝ່ທີ່ນຳໃຊ້ຢ່າງຮີບຮ້ອນຖືກປະກາດວ່າບໍ່ສາມາດສະໜອງໄດ້.

28
00:02:49,253 --> 00:02:56,060
ນອກຈາກນີ້ ການຖອນເງິນສົດຈາກບັນຊີລັດຖະບານຖືກຫ້າມນັບແຕ່ວັນທີ
1 ມີນາ 2023 ເປັນຕົ້ນໄປ.

29
00:02:56,060 --> 00:03:04,020
ໃນຄຳອື່ນ: ລັດຖະບານໄນຈີເຣຍໄດ້ໃຊ້ທຸກຊ່ອງທາງທີ່ເປັນໄປໄດ້
ເພື່ອເຮັດໃຫ້ການເຂົ້າເຖິງເງິນສົດຂອງພົນລະເມືອງຕົນຍາກຂຶ້ນ.

30
00:03:04,020 --> 00:03:10,893
ຜົນໄດ້ຮັບແມ່ນການກໍ່ຄວາມວຸ້ນວາຍ, ສາຂາທະນາຄານຖືກເຜົາໄໝ້ ແລະ
ການປະຕິບັດການທາງທະຫານ ເຊິ່ງມີຜູ້ເສຍຊີວິດ ແລະ ຜູ້ບາດເຈັບ.

31
00:03:10,893 --> 00:03:18,778
ຜູ້ໃດທີ່ຢາກເຊື່ອວ່າລັດຖະບານໃນເຢຍລະມັນມີທັດສະນະຄະຕິຕໍ່ເງິນສົດແຕກຕ່າ
ງກັນ ກໍຄວນເຂົ້າໄປເບິ່ງໜ້າເວັບຂອງ Better Than Cash

32
00:03:18,778 --> 00:03:23,460
Alliance ອົງກອນຊັ້ນນຳລະດັບໂລກ ເມື່ອເວົ້າເຖິງການຍົກເລິກເງິນສົດ.

33
00:03:23,460 --> 00:03:28,538
ຢູ່ທີ່ນັ້ນ ໃນບັນດາສະມາຊິກ ແລະ ຜູ້ໃຫ້ທຶນ
ບໍ່ມີໃຜອື່ນນອກຈາກກະຊວງການຮ່ວມມືທາງເສດຖະກິດ ແລະ

34
00:03:28,538 --> 00:03:31,860
ການພັດທະນາແຫ່ງສະຫະພັນເຢຍລະມັນ (BMZ) ປະຈຳເບີລິນ.

35
00:03:31,860 --> 00:03:39,146
ສຳລັບຄວາມປອດໄພຂອງເງິນຕາໃໝ່ນັ້ນ
ທະນາຄານກາງບໍ່ສາມາດລົ້ມລະລາຍໄດ້ ແລະ ສ້າງເງິນໃໝ່ໄດ້ຢ່າງບໍ່ຈຳກັດ.

36
00:03:39,146 --> 00:03:45,987
ແຕ່ພວກເຂົາກໍ່ບໍ່ສາມາດປ້ອງກັນການເພີ່ມປະລິມານເງິນທີ່ນຳໄປສູ່ອັດຕາເງິນ
ເຟີ້, ຄືການເສື່ອມຄ່າຂອງເງິນ ແລະ

37
00:03:45,987 --> 00:03:52,500
ດັ່ງນັ້ນຈຶ່ງເຮັດໃຫ້ອຳນາດການຊື້ຂອງພົນລະເມືອງຫຼຸດລົງ,
ເຊິ່ງເທົ່າກັບການຍຶດຊັບຢ່າງຊ້າໆ.

38
00:03:52,500 --> 00:03:56,026
ແຕ່ສຳລັບຜູ້ທີ່ຄວບຄຸມເງິນໃໝ່ນັ້ນ ສະຖານະການແຕກຕ່າງອອກໄປ.

39
00:03:56,026 --> 00:04:01,255
ມັນເປີດໂອກາດໃຫ້ທະນາຄານກາງ ແລະ
ກຸ່ມດິຈິຕອນ-ການເງິນທີ່ຢູ່ເບື້ອງຫຼັງພວກເຂົາ

40
00:04:01,255 --> 00:04:08,926
ໃນການຍອມຈຳນົນປະຊາກອນໃຫ້ຢູ່ພາຍໃຕ້ຜົນປະໂຫຍດຂອງຕົນເອງ,
ເຊິ່ງໃນປະຫວັດສາດທັງໝົດຂອງເງິນແລ້ວ ບໍ່ເຄີຍມີມາກ່ອນ.

41
00:04:08,926 --> 00:04:14,830
ເນື່ອງຈາກວ່າມັນເປັນສະກຸນເງິນທີ່ສາມາດຂຽນໂປຣແກຣມໄດ້,
ເອີໂຣດິຈິຕອນຈະຖືກຈ່າຍອອກຕາມຈຸດປະສົງສະເພາະ,

42
00:04:14,830 --> 00:04:21,960
ຜູກມັດກັບວັນໝົດອາຍຸ, ແລະ ສາມາດກຳນົດອັດຕາດອກເບ້ຍ ແລະ
ອັດຕາພາສີ ລວມທັງຄ່າປັບໃໝສ່ວນບຸກຄົນໃຫ້ກັບຜູ້ໃຊ້ທຸກຄົນ.

43
00:04:21,960 --> 00:04:29,197
ພວກເຂົາຈະສາມາດຜູກມັດການຈ່າຍເງິນກັບເງື່ອນໄຂຕ່າງໆ ເຊັ່ນ
ໃບຢັ້ງຢືນດ້ານສະພາບອາກາດ ຫຼື ສຸຂະພາບ,

44
00:04:29,197 --> 00:04:38,106
ຈຳກັດຄວາມສົມບູນຂອງມັນຕາມທ້ອງຖິ່ນ, ພາກພື້ນ ຫຼື ລະດັບຊາດ,
ຫຼື ຜູກມັດມັນກັບລະບົບເຄຣດິດສັງຄົມຕາມແບບຢ່າງຈີນ.

45
00:04:38,106 --> 00:04:44,240
ຖ້າພິຈາລະນາປະຫວັດສາດຂອງເງິນ,
ໃນທາງປະຫວັດສາດແລ້ວ ມັນມີຄຸນລັກສະນະພື້ນຖານສອງຢ່າງສະເໝີ:

46
00:04:44,240 --> 00:04:48,473
ມັນເປັນສື່ກາງແລກປ່ຽນສາກົນ ແລະ
ໃນເວລາດຽວກັນກໍ່ເປັນເຄື່ອງມືແຫ່ງການປົກຄອງ.

47
00:04:48,473 --> 00:04:57,426
ເງິນທະນາຄານກາງດິຈິຕອນ, ເຊັ່ນ ເອີໂຣດິຈິຕອນທີ່ຖືກປະກາດໃນຕອນນີ້,
ແມ່ນເຄື່ອງມືແຫ່ງການປົກຄອງເປັນອັນດັບຕົ້ນ, ແລະ ມີປະສິດທິພາບ ແລະ ປະສິ

48
00:04:57,426 --> 00:05:02,040
ເງິນທະນາຄານກາງດິຈິຕອນ, ເຊັ່ນ ເອີໂຣດິຈິຕອນທີ່ຖືກປະກາດໃນຕອນນີ້, ແມ່ນເຄື່ອງມືແຫ່ງການປົກຄອງເປັນອັນດັບຕົ້ນ, ແລະ ມີປະສິດທິພາບ ແລະ ປະສິດທິຜົນກວ່າມາດຕະການທັງໝົດທີ່ພວກຜະເດັດຈະການໃນອະດີດເຄີຍຄິດອອກມາ.

49
00:05:02,040 --> 00:05:05,960
ຮອດເວລາແລ້ວທີ່ຈະຕ້ານທານກັບການພັດທະນາແບບນີ້.

50
00:05:05,960 --> 00:05:10,642
ຂັ້ນຕອນທຳອິດແມ່ນໃຜກໍ່ສາມາດເຮັດໄດ້
ໂດຍການຈ່າຍເງິນສົດຢູ່ບ່ອນທີ່ຍັງສາມາດເຮັດໄດ້ ແລະ

51
00:05:10,642 --> 00:05:14,797
ເຮັດໃຫ້ຄົນອ້ອມຂ້າງເຂົ້າໃຈວ່າ
ການນຳໃຊ້ເງິນໃໝ່ນຳພວກເຮົາທຸກຄົນໄປສູ່ອະນາຄົດ

52
00:05:14,797 --> 00:05:21,410
ທີ່ພວກເຮົາບໍ່ສາມາດດຳລົງຊີວິດຢ່າງເປັນຕົວຂອງຕົນເອງໄດ້ອີກຕໍ່ໄປ
ແຕ່ຈະຖືກນຳພາ ແລະ ຄວບຄຸມໂດຍກຸ່ມຊົນຊັ້ນສູງຈຳນວນໜ້ອຍໜຶ່ງ

53
00:05:21,410 --> 00:05:26,970
– ໂດຍຜ່ານກະເປົ໋າເງິນຂອງພວກເຮົາ –
ເຊິ່ງໃນເວລານັ້ນຈະເປັນດິຈິຕອນທັງໝົດ ແລະ ຖືກຄວບຄຸມໂດຍຄົນອື່ນ.

